ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ ​ສົມເດັດ ໂນ​ໂລ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີວິດ​ກຳປູເຈຍ

     ຕອນ​ເຊົ້າ​ວັນ​ທີ 23 ກັນຍາ ນີ້, ຢູ່​ນະຄອນ​ຫາງ​ໂຈ່ວ ແຂວງ​ເຈີ້​ຈ່ຽງ, ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ​ໄດ້​ພົບ​ປະ​ກັບ​ສົມເດັດ ໂນ​ໂລ​ດົມ
ສີ​ຫາ​ໂມ​ນີ ເຈົ້າ​ຊີວິດ​ກຳປູເຈຍ ທີ່​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ມະ​ຫະ​ກຳ​ກິລາ​ອາ​ຊຽນ​ເກມ ຄັ້ງ​ທີ 19. ໃນ​ໂອກາດ​ດັ່ງກ່າວ, ທ່ານ ສີ​ຈິ້​ຜິງ ກ່າວ​ເນັ້ນ​ໜັກ​
ວ່າ: ປີ​ນີ້​ເປັນ​ປີ ຄົບຮອບ 10 ປີ ທີ່​ຂ້າພະເຈົ້າ​ສະເໜີ​ແນວ​ຄິດ “ມີ​ຄວາມ​ສະໜິດສະໜົມ​ກັນ, ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ, ໃຫ້​ຜົນ​ປະໂຫຍດ​ແກ່​ກັນ ແລະ
​ມີ​ຄວາມ​ໂອບ​ເອື້ອ​ອາລີ​ຕໍ່​ກັນ”, ສາຍ​ພົວພັນ​ ຈີນ-ກຳປູເຈຍ ໂຮມ​ສູນ​ສະແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ນີ້ ກໍ​ຄື​ຈີນ​ຍຶດ​ໝັ້ນ​ໃນ​ທິດ​ທາງ​ການ​ຕ່າງປະເທດ
​ກັບ​ບັນດາ​ປະເທດ​ອ້ອມ​ຂ້າງ​ທີ່​ເປັນ​ເພື່ອນ​ບ້ານ​ທີ່​ດີ​ຕໍ່​ກັນ, ເປັນ​ຄູ່​ຮ່ວມ​ກັນ.

     ຈີນ​ສະໜັບສະໜູນ​ກຳປູເຈຍ​ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ປະເທດ​ຕົນ, ສະໜັບສະໜູນ​ກຳປູເຈຍ
ບັນລຸ​ສະຖຽນ​ລະ​ພາບ ແລະ​ ການ​ພັດທະນາ, ສະໜັບສະໜູນ​ກຳປູເຈຍ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ເວທີ​ສາກົນ ແລະ​ ພາກ​ພື້ນ. ສອງ
​ຝ່າຍ​ຄວນ​ສືບຕໍ່​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງເຂດ​ຕ່າງໆ​ເຊັ່ນ: ການ​ສຶກ​ສາ, ວັດທະນະທຳ, ຊາວ​ໜຸ່ມ​ ແລະ​ ອື່ນໆ, ເພື່ອ​ເຮັດ​ໃຫ້​
ມິດຕະພາບ​ຈີນ-ກຳປູເຈຍ​ເຂົ້າ​ເຖິງ​ຈິດໃຈ​ຂອງ​ປະຊາຊົນ. ສົມເດັດ ໂນ​ໂລ​ດົມ ​ສີ​ຫາ​ໂມ​ນີ ກ່າວ​ວ່າ: ຈີນ​ເຄີຍ​ຈັດ​ງານ​ມະ​ຫະ​ກຳ​ກິລາ​ອາ​ຊຽນ​ເກມ
​ຢ່າງ​ສຳເລັດ​ຜົນ​ມາ​ແລ້ວ​ສອງ​ຄັ້ງ, ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳພາ​ຢ່າງ​ເຂັ້ມແຂງ​ຂອງ​ທ່ານ​ປະທານ ສີ​ຈິ້ນ​ຜິງ, ຈີນ​ຈະ​ສາມາດ​ຈັດ​ງານ​
ມະໂຫລານ​ດ້ານ​ກິລາ​ທີ່​ໜ້າ​ຊົມ ແລະ ​ປະ​ທັບ​ໃຈ​ໃຫ້​ກັບ​ຊາວ​ໂລກ​ໄດ້​ອີກ​ຄັ້ງ​ໜຶ່ງ​ຢ່າງ​ແນ່ນອນ ແລະ ​ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ສົ່ງເສີມ
​ຄວາມ​ສາມັກຄີ ​ແລະ ​ມິດຕະພາບ​ຂອງ​ມະຫາ​ຄອບຄົວ​ອາຊີ. ກຳປູເຈຍ ເດັດດ່ຽວ​ປະຕິບັດ​ນະໂຍບາຍ​ປະເທດ​ຈີນ​ດຽວ, ຍິນ​ດີ​ຮ່ວມ​ກັບ​ຈີນ​ຮ່ວມ​
ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ ກຳປູເຈຍ-ຈີນ. ຂໍ​ອວຍພອນ​ໃຫ້​ມິດຕະພາບ​ກຳປູເຈຍ-ຈີນ​ຈົ່ງ​ໝັ້ນຄົງ​ຂະໜົງ​ແກ່ນ​ຊົ່ວ​ກາ
ລະ​ນານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/09/2023